วันพฤหัสบดีที่ 14 กุมภาพันธ์ พ.ศ. 2562

วันพุธที่ 26 ธันวาคม พ.ศ. 2561

วันศุกร์ที่ 11 พฤศจิกายน พ.ศ. 2559

ພາສາHTML

http://htmlchapter.blogspot.com/

http://www.w3schools.com/html/html_editors.asp

http://www.laosoftware.asia/sokkapab.php/target=

http://www.thaiware.com/

วันพฤหัสบดีที่ 15 กันยายน พ.ศ. 2559

​ປະ​ເພດ​ຂອງ​ຄອມພິວເຕີ

ຄອມພິວເຕີ​ແບ່ງ​ຕາມ​ຂະໜາດ​ອອກ​ເປັນ​ປະ​ເພດ​ ຫຍັງ​ດ້ວຍ​ ຈົ່ງ​ອະທິບາຍ​
ການ​ແບ່ງ​ປະ​ເພດ​ຂອງ​ຄອມພິວເຕີ​ນັ້ນ​ສາມາດ​ແບ່ງ​ໄດ້​ຕາມ​ລັກສະນະ​ການ​ໃຊ້​ງານ​ໄດ້​ 4 ປຣະ​ເພດ​ນຳກັນ​ຄື​
1. ຊູ​ເປີ​ຣົ໌ກ​ອົມ​ພິວ​ເຕີ​ຣ​໌​ (supercomputer)
ຄອມພິວເຕີ​ປຣະ​ເພດ​ຊູ​ເປີ​ຣົ໌ກ​ອົມ​ພິວ​ເຕີ​ຣ​໌​ ນັ້ນ​  ຖື​ໄດ້​ວ່າ​ເປັນ​ຄອມພິວເຕີ​ທີ່​ມີ​ຄວາມ​ໄວ​ຫລາຍ​ ໆ​ແລະ​ກໍ​ມີບ​ຣະ​ສິດ​ທິ​ພາບ​ສູງ​ທີ່ສຸດ​ໃນ​ແຕ່​ລະ​ປຣະ​ເພດ​ ເມື່ອ​ມີບ​ຣະ​ສິດ​ທິ​ພາບ​ສູງ​ ເລື່ອງ​ຂອງ​ຂະໜາດ​ເຄື່ອງ​ຄອມພິວເຕີ​ປຣະ​ເພດ​ Supercomputer ກໍ​ມີ​ຂະໜາດ​ໃຫຍ່​ເຊັ່ນ​ກັນ​ ແລ້ວ​ ເລື່ອງ​ຣາ​ຄາ​ກໍ​ສູງ​ຕາມ​ໄປ​ເຊັ່ນ​ກັນ​ອີກ​ດ້ວຍ​ ການ​ໃຊ້​ງານ​ຂອງ​ປຣະ​ເພດ​ SuperComputer  ສ່ວນ​ໃຫຍ່​ຈະ​ໃຊ້​ກັບ​ ງານ​ທາງ​ດ້ານ​ວິທະຍາ​ສາດ​ແລະ​ດ້ານ​ວິດ​ວ​ກຳ​ສາດ​  ເຊັ່ນ​ ການ​ພະຍາກອນ​ອາ​ກາດ​ລ່ວງ​ໜ້າ​ເປັນ​ເວລາ​ຫຼາຍ​ມື້​ ການສຶກສາ​ຜົນ​ກະທົບ​ຂອງ​ມົນ​ພິດ​ກັບ​ສະພາ​ວະ​ແວດ​ລ້ອມ​ເປັນ​ຕົ້ນ​
2. ເມນ​ເຟນ​ມົກ​ອົມ​ພິວ​ເຕີ​ຣ​໌​ (mainframe computer)
ປຣະ​ເພດ​ ເມນ​ເຟນ​ມ​ຄອມພິວເຕີ​ນີ້​ ຄວາມ​ສາມາດ​ຈະ​ນ້ອຍ​ກວ່າບ​ຣະ​ເພດ​ ຊູ​ເປີ​ຣ​໌​ຄອມພິວເຕີ​ຫລາຍ​ພອດ​ມົກ​ວົນ​  ແຕ່​ຍັງມີ​ຄວາມ​ໄວ​ສູງ​ ແລະ​ມີບ​ຣະ​ສິດ​ທິ​ພາບ​ສູງ​ກວ່າ​ມິ​ນິ​ຄອມພິວເຕີ​ຫລື​ໄມ​ໂຄຣກ​ອົມ​ພິວ​ເຕີ​ຣ​໌​  ເຄື່ອງ​ຄອມພິວເຕີ​ປຣະ​ເພດ​ ເມນ​ເຟນ​ມົນ​ນີ້​ສ່ວນ​ໃຫຍ່​ຈະ​ໃຊ້​ງານ​ດ້ານ​ ທ​ນາ​ຄານ​ ຊຶ່ງ​ຄອມພິວເຕີ​ປຣະ​ເພດ​ນີ້​ສາມາດ​ໃຫ້​ບໍລິການ​ ໃຫ້​ບໍລິການ​ຜູ້​ໃຊ້​ຈຳນວນ​ຫຼາຍ​ຄົນ​ພຣ້ອມ​ ໆ​ ໄດ້​ ເຊັ່ນ​ ເຊັ່ນ​ ທ​ນາ​ຄານ​ ຈະ​ໃຊ້​ຄອມພິວເຕີ​ປຣະ​ເພດ​ນີ້​ໃນ​ການເຮັດ​ບັຍ​ຊີ​ລູກ​ຄ້າ​ ຫລື​ການ​ໃຫ້​ບໍລິການ​ຈາກ​ເຄື່ອງ​ຝາກ​ແລະ​ຖອນ​ເງີນ​ແບບ​ອັດ​ໂນ​ມ​ັ​ຕິ​ (automatic teller machine) ເປັນ​ ຊຶ່ງ​ເຄື່ອງ​ເມນ​ເຟນ​ມ​ຈະ​ເໝືອນ​ເຄື່ອງ​ເຊ​ຟ​ເວີ​ຣ​໌​ ທີ່​ເຮັດ​ຫນ້າທີ່​ໃຫ້​ບໍລິການ​ອັບ​ຕ​ໂນ​ມ​ັ​ຕິ​ຂອງ​ທ​ນາ​ຄານ​ນັ້ນ​ເອງ​
3. ມິ​ນິກ​ອົມ​ພິວ​ເຕີ​ຣ​໌​ (minicomputer)
ເຄື່ອງ​ຄອມພິວເຕີ​ປຣະ​ເພດ​ມິ​ນິກ​ອົມ​ພິວ​ເຕີ​ຣ​໌​ ນັ້ນ​ກໍ​ຈະ​ຄ້າຍ​ໆ​ກັບ​ ປຣະ​ເພດ​  ເມນ​ເຟນ​ມົກ​ອົມ​ພິວ​ເຕີ​ຣ​໌​ ແຕ່​ດ້ານ​ຄວາມ​ສາມາດ​ໃນ​ການ​ປຣະ​ມວນ​ຜົນ​ນັ້ນ​ ຈະ​ບໍ່​ສາມາດ​ທຽບ​ເທົ່າ​ກັບ​ ປຣະ​ເພດ​ເມນ​ເຟນ​ມ​ໄດ້​ ແຕ່​ກໍ​ຢັງ​ ສາມາດ​ບໍລິການ​ຜູ້​ໃຊ້​ງານ​ໄດ້​ຫຼາຍ​ຄົນ​ພຣ້ອມ​ ໆ​ ກັນ​ ແຕ່​ຈະ​ບໍ່​ມີ​ສະມັດຖະພາບ​ພຽງ​ພໍ​ທີ່​ຈະ​ບໍລິການ​ຜູ້​ໃຊ້​ໃນ​ຈຳນວນ​ທີ່​ທຽບ​ເທົ່າ​ເມນ​ເຟນ​ມ​ ຄອມພິວເຕີ​ ຄອມພິວເຕີ​ປຣະ​ເພດ​ນີ້​ມັກ​ຈະ​ໃຊ້​ກັບ​ ອົງ​ຄົ໌ກ​ຣົກ​ນາດ​ ກລາງ​ ຈົນ​ເຖິງ​ ຂະໜາດ​ນ້ອຍ​ ຫລື​ ອາດຈະ​ໃຊ້​ເປັນ​ຫນ່ວຍ​ຍ່ອຍ​ໆ​ຂອງ​ອົງ​ຄົ໌ກ​ຣ​ໃຫຍ່​ໆ​ ກໍ​ໄດ້​
4. ໄມ​ໂຄຣກ​ອົມ​ພິວ​ເຕີ​ຣ​໌​ (microcomputer) ຫລື​ ພີ​ຊີ​ (personal computer ຫລື​ PC )
ໄມ​ໂຄຣກ​ອົມ​ພິວ​ເຕີ​ຣ​໌​ ຄື​ ຄອມພິວເຕີ​ແບບ​ຕັ້ງ​ໂຕະ​ (desktop computer) ຫລື​ຂະໜາດ​ນ້ອຍ​ກວ່າ​ນັ້ນ​ ອາ​ທິ​ເຊັ່ນ​  notebook , netbook ແລະ​ Tablet ເມື່ອ​ປີບ.​ສ.​ 2518 ເຣີມ​ມີ​ການ​ນຳ​ ຄອມພິວເຕີ​ປຣະ​ເພດ​ນີ້​ເຂົ້າ​ມາ​ໃຊ້​ແລະ​ໄດ້ຮັບ​ການ​ນິຍົມ​ຫລາຍ​ຈົນ​ເຖິງ​ປະຈຸບັນ​ ຄອມພິວເຕີ​ປຣະ​ເພດ​ນີ້​ ຈະ​ມີ​ຂະໜາດ​ນ້ອຍ​ ເໝາະ​ສຳລັບ​ການ​ໃຊ້​ງານ​ ປຣະ​ເພດ​ສ່ວນ​ບຸກ​ຄົນ​ທັ່ວ​ໆ​ໄປ​ ເຊັ່ນ​ ເບິ່ງ​ໜັງ​ຟັງ​ເພລງ​ ຫລິ້ນ​ເກມ​ສ​໌​ ເຮັດວຽກ​ເອກະສານ​ ແລະ​ອື່ນ​ໆ​ອີກ​ຕາມ​ສ​ເປກ​ຂອງ​ຄອມພິວເຕີ​ເຄື່ອງ​ນັ້ນ​ໆ​ ຣາ​ຄາ​ຂອງ​ຄອມພິວເຕີ​ປຣະ​ເພດ​ນີ້​ກໍ​ຈະ​ບໍ່​ແພງ​ເທົ່າໃດ​ ກໍ​ຢັງ​ຄົງ​ຂຶ້ນ​ຢູ່​ກັບ​ສ​ເປກ​ຂອງ​ແຕ່​ລະ​ເຄື່ອງ​ໄປ​


ຄອມພີເຕີແມ່ນຫຍັງ

ຄອມພີເຕີແມ່ນຫຍັງ
ຄອມພິວເຕີ​ (computer) ເຂົ້າ​ມາ​ມີບ​ທ​ບາດ​ທີ່​ສຳຄັນ​ຢິ່ງ​ຕໍ່​ສັງຄົມ​ຂອງ​ມະນຸດ​ເຮົາ​ໃນ​ປະຈຸບັນ​ ແທບ​ທຸກ​ວົງ​ການ​ ລ້ວນ​ນຳ​ຄອມພິວເຕີ​ເຂົ້າ​ ໄປ​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ງານ​ ຈົນ​ກລ່າວ​ໄດ້​ວ່າ​ ຄອມພິວເຕີ​ເປັນ​ປັດ​ຈັຍ​ ທີ່​ສຳຄັນ​ຢ່າງ​ຢິ່ງ​ຕໍ່​ ການ​ດຳ​ເນີນ​ຊີວິດ​ແລະ​ ການ​ເຮັດ​ວຽກງານ​ໃນ​ ຊີວິດ​ປະຈຳ​ວັນ​ ສະ​ນັ້ນ​ ການ​ຮຽນ​ຮູ້​ເພື່ອ​ເຮັດ​ ຄວາມ​ຮູ້​ຈັກ​ ກັບ​ຄອມພິວເຕີ​ຈຶ່ງ​ຖື​ເປັນ​ສິ່ງ​ທີ່​ມີ​ຄວາມ​ຈຳ​ເປັນ​ເປັນ​ຢ່າງ​ຢິ່ງ​ ເພື່ອ​ທີ່​ຈະ​ ຮູ້ວ່າ​ຄອມພິວເຕີ​ຄື​ຫຍັງ​ ເຮັດວຽກ​ຢ່າງໃດ​ ແລະ​ມີ​ຄວາມ​ສຳຄັນ​ຕໍ່​ມະນຸດ​ຢ່າງໃດ​
ຄວາມຫມາຍ​ຂອງ​ຄອມພິວເຕີ​
          ຄອມພິວເຕີ​ມາ​ຈາກ​ພາສາ​ລະ​ຕິນ​ວ່າ​ Computare ຊຶ່ງ​ໝາຍ​ເຖິງ​ ການ​ນັບ​ ຫລື​ ການ​ຄິດໄລ່​ ດັ່ງ​ນັ້ນ​ຖ້າກ​ລ່າວ​ຢ່າງ​ກວ້າງ​ ໆ​ ເຄື່ອງ​ຄິດໄລ່​ທີ່​ມີ​ສ່ວນ​ປະກອບ​ເປັນ​ເຄື່ອງ​ກົນ​ໄກ​ຫລື​ເຄື່ອງ​ໄຟ​ຟ້າ​ ຕ່າງ​ກໍ​ຈັດ​ເປັນ​ຄອມພິວເຕີ​ໄດ້​ທັງ​ສິ້ນ​ ລູກ​ຄິດ​ທີ່​ເຄຍ​ໃຊ້​ກັນ​ໃນ​ຣ້ານ​ຄ້າ​ ໄມ້​ບັນ​ທັດ​ ຄິດໄລ່​ (slide rule) ຊຶ່ງ​ຖື​ເປັນ​ເຄື່ອງ​ມື​ປະຈຳ​ຕັວ​ວິດ​ວົກ​ຣ​ໃນ​ຢຸກ​ຊາວ​ປີ​ກ່ອນ​ ຫລື​ເຄື່ອງ​ຄິດ​ເລກ​ ລ້ວນ​ເປັນ​ຄອມພິວເຕີ​ໄດ້​ທັງ​ໝົດ​
          ໃນ​ປະຈຸບັນ​ຄວາມຫມາຍ​ຂອງ​ຄອມພິວເຕີ​ຈະ​ຣະ​ບຸ​ສະເພາະ​ເຈາະ​ຈົ່ງ​ ໝາຍ​ເຖິງ​ເຄື່ອງ​ຄິດໄລ່​ອິ​ນ້ອຍ​ທຣໍ​ນິກ​ສ​໌​ທີ່​ສາມາດ​ເຮັດວຽກ​ຄິດໄລ່​ຜົນ​ແລະ​ປຽບທຽບ​ຄ່າ​ຕາມ​ຊຸດ​ຄຳ​ສັ່ງ​ດ້ວຍ​ຄວາມ​ໄວ​ສູງ​ຢ່າງ​ຕໍ່​ເນື່ອງ​ແລະ​ອັດ​ໂນ​ມ​ັ​ຕິ​ ພົດ​ນາ​ນຸກ​ຣົມ​ສະບັບ​ຣາດ​ບັນ​ຖິດ​ຢົດ​ຖານ​ ພ.​ສ.​ 2525 ໄດ້​ໃຫ້​ຄຳ​ຈຳ​ກັດ​ຄວາມ​ຂອງ​ຄອມພິວເຕີ​ໄວ້​ຄ່ອນ​ຂ້າງ​ກະ​ທັດ​ຣັດ​ວ່າ​ ເຄື່ອງ​ອິ​ນ້ອຍ​ທຣໍ​ນິກ​ສ​໌​ແບບ​ອັດ​ໂນ​ມ​ັ​ຕິ​ ເຮັດ​ຫນ້າທີ່​ເຫມືອນ​ສະຫມອງ​ກົນ​ ໃຊ້​ສຳລັບ​ແກ້​ບັນຫາ​ຕ່າງ​ ໆ​ ທັງ​ທີ່​ງ່າຍ​ແລະ​ຊັບ​ຊ້ອນ​ ໂດຍ​ວິທີ​ທາງ​ຄ​ນິດ​ສາດ​      ຄອມພິວເຕີ​ຈຶ່ງ​ເປັນ​ເຄື່ອງ​ຈັກ​ຣ​ອິ​ນ້ອຍ​ທຣໍ​ນິກ​ສ​໌​ທີ່​ຖືກ​ສ້າງ​ຂຶ້ນ​ເພື່ອ​ໃຊ້​ເຮັດວຽກ​ແທນ​ມະນຸດ​ ໃນ​ດ້ານ​ການ​ຄິດ​ ຄິດໄລ່​ແລະ​ສາມາດ​ຈຳ​ຂໍ້​ມູນ​ ທັງ​ຕັວ​ເລກ​ ແລະ​ ຕັວ​ອັກສອນ​ໄດ້​ເພື່ອ​ການ​ຮຽກ​ໃຊ້​ງານ​ໃ​ນ​ເທື່ອ​ຕໍ່ໄປ​ ນອກ​ຈາກ​ນີ​ຢັງ​ສາມາດ​ຈັດການ​ກັບ​ສັນຍະລັກ​ໄດ້​ດ້ວຍ​ຄວາມ​ໄວ​ສູງ​ ໂດຍ​ປະຕິບັດ​ຕາມ​ຂັ້ນ​ຕອນ​ຂອງ​ໂປຣ​ແກຣມ​ ຄອມພິວເຕີ​ຍັງມີ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງ​ໆ​ ອີກ​ຫລາຍ​ ອາ​ທິ​ເຊັ່ນ​ ການ​ປຽບທຽບ​ທາງ​ຕັກ​ສາດ​ ການ​ຮັບ​ສົ່ງ​ຂໍ້​ມູນ​ ການ​ຈັດ​ເກັບ​ຂໍ້​ມູນ​ໃນ​ຕັວ​ເຄື່ອງ​ແລະ​ສາມາດ​ປຣະ​ມວນ​ຜົນ​ຈາກ​ຂໍ້​ມູນ​ຕ່າງ​ໆ​ ໄດ້​

ວິທີຕິດຕັ້ງແປ້ນພິມພາສາລາວ Souliyo Key ສຳລັບ Mac OS X

ວິທີຕິດຕັ້ງແປ້ນພິມພາສາລາວ Souliyo Key ສຳລັບ Mac OS X

ເນື່ອງຈາກມີໂອກາດໄດ້ມາໃຊ້ Mac OS X ໄດ້ໄລຍະນຶ່ງແລ້ວ ໃນບົດຄວາມນີ້ກໍ່ຖືກມາຂຽນບົດຄວາມວິທີຕິດຕັ້ງແປ້ນພິມພາສາລາວໃຫ້ກັບ Mac OS X. ເຊື່ອວ່າຫຼາຍທ່ານອາດຈະຮູ້ວິທີການຕິດຕັ້ງແປ້ນພິມພາສາລາວໃນ Mac OS X ແລ້ວ, ແຕ່ກໍ່ເຊື່ອຍັງມີຫຼາຍຄົນທີ່ຍັງບໍ່ຮູ້ວິທີຕິດຕັ້ງ. ສະນັ້ນ, ເຮົາມາເລີ່ມກັນເລີຍ. 
ກ່ອນອື່ນໃຫ້ທ່ານເຂົ້າໄປດາວໂຫລດ Lao Keyboard ໄດ້ທີ່ http://www.souliyo.com/dl/SouliyoKey.zip (ແປ້ນພິມດັ່ງກ່າວໄດ້ມີການດັດແປງເລັກໜ້ອຍ ເພື່ອໃຫ້ມັນຄືກັນກັບແປ້ນພິມພາສາລາວໂຕອື່ນໆ). ຫຼັງຈາກດາວໂຫລດມາແລ້ວ ໃຫ້ທ່ານເຂົ້າໄປທີ່ບ່ອນທີ່ທ່ານເກັບໄຟລ໌ດັ່ງກ່າວ ເພື່ອແຕກໄຟລ໌ອອກມາ (ໃນກໍລະນີນີ້ ຂ້າພະເຈົ້າເກັບໄວ້ທີ່ໂຟນເດີ່ Downloads ) ແລະ ເມື່ອແຕກໄຟລ໌ອອກມາແລ້ວກໍ່ຈະເຫັນໂຟນເດີ່ເພີ່ມຂື້ນມາໃກ້ໆກັບໄຟລ໌ທີ່ໄດ້ດາວໂຫລດໄປຢ່າງໃນຮູບທາງລຸ່ມນີ້.
ຫລັງຈາກແຕກໄຟລ໌ອອກມາແລ້ວ ກໍ່ໃຫ້ທ່ານເຂົ້າໄປທີ່ໂຟນເດີ່ Yo_Keyboard ແລ້ວກໍ່ Copy ເອົາໄຟລ໌ທັງໝົດທີ່ຢູ່ທາງດ້ານໃນ. ຫຼັງຈາກນັ້ນໃຫ້ໄປທີ່ Drive ຫຼັກທີ່ເກັບລະບົບປະຕິບັດການໄວ້ ແລ້ວເຂົ້າໄປທີ່ Library > Keyboard Layouts. ຕົວຢ່າງ: Drive ຫຼັກຂອງ Mac ຂອງຂ້າພະເຈົ້າຊື່ວ່າ Macintosh HD ໂຟນເດີ່ດັ່ງກ່າວຈະຢູ່ທີ່ Macintosh HD > Library > Keyboard Layouts ແລະເມື່ອເຂົ້າມາຮອດແລ້ວ ກໍ່ໃຫ້ທ່ານ Paste ໄຟລ໌ທີ່ Copy ມາ ລົງໄປທີ່ໂຟນເດີ່ດັ່ງກ່າວ.
ຫຼັງຈາກທີ່ Copy ເອົາໄຟລ໌ໄປໄວ້ໃນໂຟນເດີ່ Keyboard Layouts ແລ້ວ, ຕໍ່ໄປກໍ່ເປັນຂັ້ນຕອນການເປີດໃຊ້ແປ້ນພິມພາສາລາວ. ໂດຍໃຫ້ທ່ານເຂົ້າໄປທີ່ຮູບ Apple ເພື່ອເຂົ້າໄປທີ່ System Preferences ຫຼັງຈາກນັ້ນກໍ່ໃຫ້ເລືອກທີ່ Keyboard ແລ້ວໃຫ້ເລືອກໄປທີ່ແທບ Input Sources. ຫຼັງຈາກນັ້ນກໍ່ກົດປຸ່ມ (+) ທີ່ດ້ານລຸ່ມຂອງລາຍການພາສາ. ຫຼັງຈາກນັ້ນທ່ານກໍ່ຈະເຫັນໜ້າຕາ Windows ແບບທາງລຸ່ມນີ້ ໃຫ້ທ່ານເລືອກເອົາ Others ແລ້ວທ່ານກໍ່ຈະເຫັນພາສາລາວອອກມາໃຫ້ເລືອກ. ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງພາສາລາວ Souliyo Key ແລ້ວ.
addkeyboard in setting
ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງແປ້ນພິມພາສາລາວແລ້ວ.

วันพุธที่ 7 กันยายน พ.ศ. 2559

ແຊປະສົບການການຂຽນໂປຣແກມໃຫ້ແກ່ທ່ານ ໂດຍ ສີຫຼ້າສິດສົງຄາມ

LaoCode
ແຊປະສົບການການຂຽນໂປຣແກມໃຫ້ແກ່ທ່ານ ໂດຍ ສີຫຼ້າສິດສົງຄາມ

ເຄັດລັບ ການເປັນໂປຣແກຣມເມີ

ຂ້ອຍຄິດວ່າຫຼາຍໆຄົນ ທີ່ຮຽນສາຍຄອມພິວເຕີ ສົນໃຈຢາກເປັນໂປຣແກຣມເມີ ແຕ່ກໍ່ໜ້ອຍຄົນທີ່ຈະເປັນໄດ້ມື້ນີ້ກໍ່ເລີຍໃຫ້ມາແນະນຳເລັກໜ້ອຍ ສຳລັບທ່ານໃດທີ່ສົນໃຈການເປັນໂປຣແກຣມເມີ
 
ອັນນີ້ແມ່ນເວົ້າຕອນເລີ່ມຕົ້ນຮຽນຂຽນໂປຣແກຣມຂອງຂ້ອຍເດີ້ ອາດຈະມີອັນທີ່ຂັດກັບຄວາມຄິດຂອງນັກວິຊາການ ແລະ ເທບ ຫຼາຍໆທ່ານຢູ່ ແຕ່ກໍ່ຍ້ອນຕອນຂ້ອຍເລີ່ມຮຽນຂ້ອຍເປັນແນວນີ້ແທ້ໆ
ຄວາມຈິງການເປັນໂປຣແກຣມເມີນັ້ນບໍ່ຈຳເປັນຕ້ອງເກັ່ງ ຄະນິດສາດ
ໃບເບື້ອງຕົ້ນ ຮູ້ບວກ ລົບ ຄູນ ຫານ ກໍ່ພໍແລ້ວ (ແຕ່ຖ້າເກັ່ງຄະນິດສາດກໍ່ເປັນຄວາມຮູ້ປະດັບຕົວ ບໍ່ມີຜົນຫຍັງຫຼາຍກັບການເລີ່ມເປັນໂປຣແກຣມເມີ) ມັນຂື້ນນຳການຝືກຝົນ ແຮງຝືກແຮງເກັ່ງ
ບໍ່ຈຳເປັນຕ້ອງ ໄອຄິວສູງ ກໍ່ຄືເປັນຄົນທຳມະດາສາມັນນີ້ລະ ແຕ່ຖ້າເກີດມາໄອຄິວສູງກໍ່ຍິ່ງດີ ແຕ່ຂໍໃຫ້ມີຄວາມອົດທົນສູງກໍ່ພໍບໍ່ຈຳເປັນຕ້ອງເກັ່ງພາສາອັງກິດ (ໃນການເລີ່ມຕົ້ນນັ້ນບໍ່ເກັ່ງກໍ່ໄດ້ ແຕ່ຖ້າຢາກເປີດໂລກຄວາມຮູ້ຂອງໂຕເອງກໍ່ຮຽນມັນໃຫ້ເກັ່ງຍິ່ງດີ) ຊອກອ່ານພາສາໄທກ່ອນ ແລ້ວຄ່ອຍສືກສາໂຕທີ່ເປັນພາສາອັງກິດນຳບໍ່ຈຳເປັນຕ້ອງເວົ້າຄຳສັບເທ້ໆເຊັ່ນ: OOP, Algorithm,Object... ທີ່ບໍ່ໃຫ້ເວົ້າກໍ່ຍ້ອນວ່າໃຫ້ລົງມືສືກສາມັນເລີຍ ຊອກມັນມາອ່ານເລີຍ ແລະກໍ່ຄິດໄປຕາມມັນ ຈະດີກວ່າເວົ້າຄຳສັບພວກນີ້ອວດໝູ່ລ້າໆໃຫ້ຄິດເປັນຂັ້ນຕອນ :ການຂຽນໂປຣແກຣມກໍ່ຄືການຄິດໃຫ້ເປັນຂັ້ນຕອນ ອັນໃດຄວາມປະຕິບັດກ່ອນ ຫຼື ປະຕິບັດຕາມຫຼັງ, ຄິດແບບມີການແຍກໝວດໝູ່ຊັດເຈນ ເພາະເວລາຂຽນໂປຣແກຣມມັນຈະແຍກໄປຕາມ ຊະນິດຂອງຂໍ້ມູນ ແລະ ຈະມີຕົວປ່ຽນເປັນໂຕຮອງຮັບຊະນິດຂໍ້ມູນນັ້ນໆ
ຕ້ອງເສບຕິດການຂຽນໂປຣແກຣມ ອັນນີ້ເກີດຂື້ນກັບຂ້ອຍເອງ ຄິດເຫັນໜ້າຈໍຄອມຕະຫຼອດ ຄິດຢາກຂຽນໂປຣແກຣມ, ຄິດຢາກລອງຂຽນນັ້ນ ລອງຂຽນນີ້ກັບມັນ ຂຽນຈົນບາງມື້ບໍ່ຢາກນອນ ບໍ່ຢາກໄປໃສຍ້ອນຢາກຂຽນໂປຣແກຣມ , ຕ້ອງເປັນແບບນີ້ຈື່ງຈະຂຽນໂປຣແກຣມເປັນເພາະເຮົາໝົກໝຸ້ນຢູ່ກັບມັນ ເລີຍເຮັດໃຫ້ເຮົາຂຽນເປັນໄວຂື້ນຝືກການແກ້ບັນຫາ ບໍ່ແມ່ນຝືກແກ້ໂຕເດີ້ ສຳລັບຄົນຮຽນໃໝ່ ຫຼື ຮຽນດົນແລ້ວ ທີ່ຕ້ອງໄດ້ພົບເຈີຄືກັນກໍ່ຄືບັນຫານັ້ນເອງ ມັນເລີຍຕ້ອງຝືກການແກ້ບັນຫາ ຫາທາງອອກວິທີແກ້ບັນຫາກໍ່ມີຢູ່່ວ່າ ລອງແບບນີ້ແລ້ວບໍ່ໄດ້ ໃຫ້ລອງແບບອື່ນເບີ່ງ ຊອກແຜນສຳຮອງໄວ້ຕະຫຼອດລອງຜິດລອງຖືກ ແລ້ວມັນຈະແກ້ໄດ້ເອງ  ຄິດແລ້ວຕ້ອງລອງເບີ່ງເລີຍ ຈື່ງຈະເຫັນພາບສ່ວນໄລຍະເວລາການຝືກຝົນຈົນເປັນໂປຣແກຣມເມີໄດ້ນັ້ນ ບໍ່ມີໄລຍະເວລາທີ່ແນ່ນອນ ຂື້ນກັບການຝືກຝົນ ອາດຈະໃຊ້ເວລາຫຼາຍປີຈື່ງຈະຊຳນານຖ້າເວົ້າເຖິງໄລຍະເວລາລາແລ້ວຕ້ອງເວົ້າເຖິງຄວາມອົດທົນນຳ ຈະຮຽນຫຍັງກໍ່ແລ້ວແຕ່ ຖ້າຢາກໃຫ້ເກັ່ງຕ້ອງມັນຄວາມອົດທົນ ແລະ ອົດທົນໄດ້ຫຼາຍກວ່າຄົນອື່ນຄືກັນກັບການຝືກໜ່ວຍ Seal ຄົນຝືກເປັນ 200-300 ແຕ່ເປັນໄດ້ແທ້ໆ ມີພຽງ 20-30 ຄົນເທົ່ານັ້ນການຂຽນໂປຣແກຣມກໍ່ເຊັ່ນກັນ ຈະຄັດຍັງເຫຼືອແຕ່ຄົນທີ່ມີຄວາມອົດທົນສູງຈືງສາມາດຂຽນໂປຣແກຣມເປັນ ສ່ວນຄົນທີ່ຄວາມອົດທົນຕ່ຳກໍ່ຈະລົ້ມເລີກໄປເອງ
ສຸດທ້າຍນີ້ກໍ່ໃຫ້ທ່ານເລືອກເອົາເນາະ ວ່າຈະເປັນຄົນທີ່ມີຄວາມອົດທົນຕ່ຳ ຫຼື ຄວາມອົດທົນສູງ ທ່ານເປັນຄົນກຳນົດເອງວ່າທ່ານຈະຂຽນໂປຣແກຣມເປັນ ຫຼື ບໍ່

ການວາງແຜນສຳລັບການຮຽນຂຽນໂປຣແກຣມ
ສຳລັບທ່ານທີ່ຮຽນຂຽນໂປຣແກຣມໃໝ່ແລ້ວ ອາດຈະຍັງບໍ່ຮູ້ວ່າຈະຮຽນແນວໃດ ຈະເລີ່ມຈາກຈຸດໃດ
ແລະ ຈະຂຽນຫຍັງ
ມື້ນີ້ຂ້ອຍຈະມາແນະນຳ ການວາງແຜນໃນການຂຽນໂປຣແກຣມ ສຳລັບຄົນທີ່ຮຽນໃໝ່ວ່າຈະເຮັດແນວໃດ ໃຫ້ມີປະສິດທິພາບ ຫຼາຍທີ່ສຸດ
ກ່ອນອື່ນທີ່ຢາກແນະນຳ ຄື : ຕ້ອງສຳຫຼວດຄວາມຮູ້ຕົວເອງກ່ອນວ່າຮູ້ຫຼາຍຊ່ຳໃດແລ້ວ ພື້ນຖານການຂຽນໂປຣແກຣມເຮົາຮູ້ຫຼາຍແລ້ວບໍ່ ຕົວຢ່າງເຊັ່ນ:ຈຳພວກ if else,loop,oop ທ່ານຂຽນມັນເປັນແລ້ວບໍ່ ເຂົ້າໃຈໃຊ້ງານມັນບໍ່   ຖ້າຍັງບໍ່ເຂົ້າໃຈຂ້ອຍແນະນຳໃຫ້ຮຽນມັນຈົນເປັນກ່ອນ ເອົາຈົນຈື່ ພຸ້ນລະ ເພາະມັນສຳຄັນຫຼາຍໃນພາຍໜ້າ ຖ້າຍັງບໍ່ເຂົ້າໃຈທ່ານກໍ່ຈະໄປຕໍ່ຍາກ ຍ້ອນທ່ານຂາດພື້ນຖານ, ຈຳພວກ ບວກ ລົບ ຄູນ ຫານ ທ່ານກໍ່ຕ້ອງຂຽນໃຫ້ເປັນເຊັ່ນກັນ ໃຫ້ທ່ານຕັ້ງເປົ້າໝາຍວ່າ ໃນອາທິດນີ້ຈະຂຽນຈຳພວກ if else ໃຫ້ມັນເປັນ ແລະ ອາທິດຕໍ່ໄປຈະຮຽນຈຳພວກ loop.
 
ທ່ານຕ້ອງຕັ້ງເປົ້າໝາຍ ຖ້າບໍ່ດັ່ງນັ້ນທ່ານຈະບໍ່ຮູ້ວ່າຈະເລີ່ມແນວໃດ ຖ້າທ່ານຮຽນທຸກມື້ ຂ້ອຍຄິດວ່າຈຳພວກ if else ນັ້ນທ່ານຂຽນເປັນແນ່ນອນໃນໄລຍະເວລາ 1 ອາທິດ ບາງທີຮຽນມັນມື້ດຽວທ່ານອາດຈະເຂົ້າໃຈແລ້ວ
ຖ້າທ່ານຕັ້ງໃຈແທ້ ນອກຈາກທ່ານຈະບໍ່ຈິງຈັງກັບມັນຖ້າທ່ານຂຽນຈຳພວກ if else ເປັນ ແລະ ເຂົ້າໃຈມັນ ຕາມເປົ້າໝາຍທີ່ທ່ານຕັ້ງໄວ້ ທ່ານຈະເກີດມີແຮງບັນດານໃຈ ແລະ ເຊື່ອໝັ້ນ ໃນຕົນເອງວ່າທ່ານເຮັດໄດ້ ແລະ ມີກຳລັງໃຈໃນການຮຽນຂັ້ນຕໍ່ໄປ.ໃຫ້ທ່ານຕັ້ງເປົ້າໝາຍແບບນີ້ໄປຕະຫຼອດ ແລ້ວທ່ານຈະຮູ້ວ່າ ທ່ານກໍ່ມີຄວາມສາມາດ ຂຽນໄດ້ຄືຄົນອື່ນສິ່ງທີ່ຢາກແນະນຳໃຫ້ທ່ານຄ່ອຍໆເປັນ ຄ່ອຍໆໄປ ຢ່າໃຈຮ້ອນ ໃຫ້ເຂົ້າໃຈວ່າທຸກຢ່າງຕ້ອງໃຊ້ເວລາເຝິກຜົນ ເຮົາບໍ່ແມ່ນຄົນອັດສະລິຍະ ບໍ່ແມ່ນເທວະດາ ບໍ່ແມ່ນຄົນວິເສດວິໂສ ມາຈາກໃສ ທີ່ຈະເກັ່ງໃນເວລາສັ້ນໆ ຕ້ອງເຝິກຜົນກ່ອນມັນຈືງຈະກ້າວໄປໜ້າແບບໝັ້ນໃຈຊິຍົກຕົວຢ່າງໃຫ້ເຫັນພາບທ່ານເບີ່ງຖ່າຍທອດສົດ ການແຂ່ງຂັນລົດຈັກ Moto GP ທ່ານເກີດມີຄວາມສົນໃຈ ໃຈຂື້ນ ຢາກເປັນນັກແຂ່ງລົດຄືເຂົາເຈົ້າ ແລ້ວຈັບລົດໂຕເອງໄປແຂ່ງແບບນັ້ນ ບອກໄດ້ສອງຄຳວ່າ : ເຈັບ ກັບ ຕາຍ , ຍ້ອນທ່ານບໍ່ມີພື້ນຖານການແຂ່ງລົດເລີຍ ມີແຕ່ພື້ນຖານການຂີ່ລົດຕາມທ້ອງຖະໜົນທຳມະດາ
ທ່ານບໍ່ຮູ້ຊ້ຳວ່າ ເວລາຈະເຂົ້າໂຄ້ງຕ້ອງເຮັດແນວໃດ, ທ່ານຕ້ອງບັງຄັບລົດແນວໃດເວລາທີ່ໃຊ້ຄວາມໄວສູງຈື່ງຈະບໍ່ລົ້ມງ່າຍໆການຂຽນໂປຣແກຣມກໍ່ເຊັ່ນກັນ ຢູ່ດີໆ ຈະມາຂຽນໃຫ້ເປັນໃນເວລາສັ້ນໆ ມັນກໍ່ຍາກ ຍ້ອນບໍ່ມີພື້ນຖານການຂຽນໂປຣແກຣມເລີຍ ສະນັ້ນກໍ່ໃຈເຢັນໆ ຮຽນພື້ນຖານໃຫ້ເປັນກ່ອນ ແລ້ວຄ່ອຍໆຮຽນອັນຍາກຂື້ນ
ຖ້າທ່ານຢາກມີແຮງບັນດານໃຈໃຫ້ທ່ານເບີ່ງ Messi ກັບ Ronaldo ລອງຄົ້ນປະຫວັດເຂົາເຈົ້າວ່າ ເຂົາເຈົ້າເຕະບານຈັກປີແລ້ວ ຈັ່ງເກັ່ງລະດັບໂລກແນວນັ້ນ ຄຳຕອບທີ່ໄດ້ກໍ່ຄືເຕະມາແຕ່ນ້ອຍໆພຸ້ນ ຈົນຮອດປັດຈຸບັນກໍ່ ຊາວປາຍປີແລ້ວທີ່ເຕະບານ ເຫັນບໍ່ວ່າເຂົາເຈົ້າຍັງໃຊ້ເວລາເຝິກຜົນ ເກັບປະສົບການ ແລະ ຮຽນຮູ້ຫຼາຍປີຊ່ຳໃດ ຈືງເກັ່ງແບບນັ້ນຍົກຕົວຢ່າງ ໃນວົງການໂປຣແກຣມເມີ ເຊັ່ນ mark zuckerberg ເຈົ້ຂອງ facebook ລາວກໍ່ຂຽນໂປຣແກຣມແຕ່ນ້ອຍໆເຊັ່ນກັນ ສະສົມປະສົບການຫຼາຍປີຈື່ງເກັ່ງ ແລະ ລ່ຳລວຍແບບນັ້ນ
ລອງຖາມຕົວເອງ ແລ້ວເຮົາເດ ຂຽນໂປຣແກຣມຈັກປີແລ້ວ , ເຮົາກໍ່ເປັນຄົນຄືເຂົາເຈົ້ານັ້ນລະ ກໍ່ຕ້ອງໃຊ້ເວລາເຝິກຜົນຄືກັນ ຈື່ງຈະເກັ່ງ ຂື້ນກັບວ່າທ່ານມີຄວາມອົດທົນຫຼາຍຊ່ຳໃດບອກໄດ້ເລີຍວ່າ ບໍ່ມີທາງລັດທີ່ຈະເກັ່ງ ໄດ້ແບບງ່າຍໆ ທຸກຢ່າງຕ້ອງໄດ້ອົດທົນ ເຝິກຜົນ ສະສົມປະສົບການ ລອງຜິດລອງຖືກ ພົບບັນຫາ ພົບອຸປະສັກ ຄືກັນໝົດ

ແນວທາງການອ່ານ ebook ແລະ ຮຽນ CD ສອນທີ່ເປັນພາສາອັງກິດໃຫ້ເຂົ້າໃຈ

ຫຼາຍຄົນໆ ຄົງຈະເປັນຄືກັນກັບຂ້ອຍໃນສະໄໝກ່ອນທີ່ ໄດ້ຍິນຄຳວ່າປື້ມ ຫຼື ຊີດີ ສອນທີ່ເປັນພາສາອັງກິດ ແລ້ວ ຫັນໜ້າໜີທັນທີ ຄັນເປັນລີ້ງດາວໂຫຼດທີ່ແຈກໜັງສືຟຣີ ແຕ່ເປັນພາສາອັງກິດ ກໍ່ບໍ່ກົດດາວໂຫຼດຊ້ຳ

ມື້ນີ້ກໍ່ຈະມາແນະນຳແນວທາງໃຫ້ ລຸ້ນນ້ອງ ຫຼື ໝູ່ເພື່ອນທີ່ ຢາກຈະສືກສາໜັງສື ຫຼື ຫຼັກສູດຂອງຕ່າງປະເທດ

ສຳລັບທ່ານທີ່ຢາກຈະເປັນໂປຣແກຣມເມີ ແລ້ວ ໜັງສື ຫຼື ຫຼັກສູດ ທີ່ເປັນພາສາອັງກິດນັ້ນຍີ່ງສຳຄັນຫຼາຍ
ເພາະມັນຈະເປີດຄວາມຮູ້ຂອງທ່ານໃຫ້ຮັບເອົາຄວາມຮູ້ທີ່ກວ້າງ ຈາກຕ່າງປະເທດ ແລະ ນຳມາພັດທະນາຕົນເອງໃຫ້ເກັ່ງຂື້ນ

ແຕ່ກ່ອນຈະໄປອ່ານ ຫຼື ຮຽນຫຼັກສູດຕ່າງປະເທດນັ້ນ ສິ່ງທີ່ຕ້ອງເຮັດແມ່ນ ລືມໄປກ່ອນວ່າມັນ ຍາກ
ແລະ ລືມທຸກຄວາມຄິດທີ່ອັກຄະຕິຕໍ່ພາສາອັງກິດ

ຖ້າທ່ານເປັນຄົນທີ່ຮຽນໃໝ່ ແລະ ພາສາອັງກິດຍັງບໍ່ເກັ່ງ (ຜູ້ຂຽນກໍ່ຍັງ ປູໆ ປາໆ ຄືກັນ) ທ່ານອາດຈະອ່ານພາສາໄທ ໂຕທີ່ມັນເປັນພື້ນຖານກ່ອນ ຕົວຢ່າງ ເຊັ່ນ: ທ່ານຮຽນຂຽນໂປຣແກຣມ ທ່ານສົນໃຈຄຳວ່າ OOP ອັນນີ້ກໍ່ໃຫ້ທ່ານ ຊອກຄວາມໝາຍທີ່ເປັນພາສາໄທ ມາອ່ານກ່ອນ ເພືອໃຫ້ທ່ານເຂົ້າໃຈໃນເບື້ອງຕົ້ນກ່ອນ ຫຼັງຈາກນັ້ນທ່ານຄ່ອຍໄປຊອກອ່ານໜັງສືທີ່ເປັນພາສາອັງກິດ ແລະ ຕົວຢ່າງເຮັດຕາມຕົວຢ່າງຕາມປື້ມທີ່ເປັນພາສາອັງກິດ ເພາະວ່າຖ້າຮຽນນຳໜັງສືໄທ ບາງຫົວອາດຈະຍັງບໍ່ຄົບຖ້ວນ ແລະ ສອນແຕ່ພື້ນຖານຈົນເກີນໄປ

ຖ້າທ່ານເຂົ້າໃຈຄວາມໝາຍທີ່ເປັນ ພາສາໄທແລ້ວ ເວລາຍ້າຍໄປພາສາອັງກິດກໍ່ບໍ່ຍາກປານໃດ ເພາະເຮົາເຂົ້າໃຈແນວທາງມັນແລ້ວ ຖ້າຮຽນໜັງສືທີ່ສອນຂຽນໂປຣແກຣມ ທີ່ເປັນພາສາອັງກິດ ຂ້ອຍຈະແນະນຳໃຫ້ ເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນ ຈະເຂົ້າໃຈຫຼາຍກວ່າ ທີ່ເຮົາຈະໄປນັ່ງອ່ານທິດສະດີ ແລະ ແປໄປເທືອລະໜ້າ ເພາະມັນຈະເຮັດໃຫ້ເຮົາເມື່ອຍ ແລະ ເບື່ອໜ່າຍ ເພາະມັນຍາກ ແລະ ເຮົາເອງແປບໍ່ຖືກປານໃດ

ແຕ່ໜັງສືສອນຂຽນໂປຣແກຣມ ທີ່ເປັນພາ່ສາອັງກິດບາງຫົວກໍ່ບໍ່ໄດ້ໃຊ້ຄຳເວົ້າທີ່ຫຍຸ້ງຍາກ ແລະ ສັບສົນຈົນເກີນໄປ ເຂົາເຈົ້າຈະໃຊ້ຄຳສັບທີ່ງ່າຍໆ ອ່ານແລ້ວ ພໍເດົາໄດ້

ແລ້ວກໍ່ລົງມືເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນເລີຍ ຈື່ງຈະເຫັນພາບທີ່ຊັດເຈນຂື້ນມາ
ມື້ໃດ ຖ້າໃຈດີກໍ່ໃຫ້ຮຽນອ່ານ ແລະ ແປ ນຳກໍ່ດີ ຈື່ງຈະເຮັດໃຫ້ເກັ່ງ ພາສາອັງກິດນຳ

ສະຫຼຸບ ແລ້ວກໍ່ຄື ຊອກອ່ານທິດສະດີທີ່ເປັນພາສາໄທມາອ່ານກ່ອນ ແລະ ປະຕິບັດຕົວຢ່າງຕາມປື້ມພາສາອັງກິດ ຫຼື ຄວບຄູ່ກັນໄປທັງໄທ ແລະ ອັງກິດກໍ່ຍິ່ງດີ

ສຳລັບ ການຮຽນ CD ສອນທີ່ເປັນພາສາອັງກິດ ຈະງ່າຍກວ່າການອ່ານ ໜັງສືທີ່ເປັນພາສາອັງກິດໜ້ອຍໜື່ງ ຍ້ອນວ່າເຂົາເຈົ້າຈະສອນເປັນຂັ້ນຕອນ ແລະ ປະຕິບັດຕາມໄດ້ເລີຍ ໂດຍບໍ່ຕ້ອງຄິດຫຍັງຫຼາຍ ຖ້າຟັງສຳນຽງອອກ ແລະ ແປໄດ້ ກະຟັງໄປ ຖ້າຟັງບໍ່ອອກ ແປບໍ່ໄດ້ ກໍ່ເຮັດຕາມຢ່າງດຽວ

ເຫດຜົນທີ່ບໍ່ຢາກໃຫ້ທ່ານມອງຂ້າມ ໜັງສືທີ່ເປັນພາສາອັງກິດ ກໍ່ຍ້ອນວ່າບາງຢ່າງທີ່ມັນສອນດີ ແລະ ລະອຽດ ເຊີ່ງເຮົາຊອກອ່ານ ຊອກຮຽນເປັນພາສາໄທມັນບໍ່ມີ

ຄິດໄປ ຄິດມາ ຢ່າງໜື່ງກໍ່ເສຍດາຍ ຖ້າເຮົາບໍ່ຮຽນ ບໍ່ອ່ານຫຼັກສູດພາສາອັງກິດ ເພາະຫຼັກສູດຂັ້ນສູງມັກຈະຢູ່ນຳ ພາສາອັງກິດ  ຕົວຢ່າງເຊັ່ນ: ການຂຽນເວັບ Social Network ດ້ວຍ ພາສາ PHP, MySQL ເຊີ່ງພາສາໄທບໍ່ມີ ມີແຕ່ສອນເປັນພາສາອັງກິດ ແລະ ເຮັດແນວໃດເຮົາຈະໄດ້ຮຽນມັນ ຖ້າເຮົາບໍ່ຮຽນເປັນພາສາອັງກິດ
 
ອັນນີ້ກໍ່ໜ້າເສຍດາຍ ຖ້າເຮົາປິດໂຕເອງແລະບໍ່ຮຽນມັນ

ຖ້າເຮົາຢາກເກັ່ງແທ້ໆ ຊິຍາກແນວໃດກໍ່ອົດເອົາ ຖ້າອົດບໍ່ໄດ້ ກໍ່ສະແດງວ່າຕົນເອງອ່ອນ ຄວາມອົດທົນຕ່ຳ ອົດສ່ຳນີ້ຍັງບໍ່ໄດ້ ແລ້ວຈະໄປພົບກັບສີ່ງທີ່ມັນຍາກ ແລະ ທ້າທາຍໃນພາຍໜ້າໄດ້ແນວໃດ

ທີ່ແນະນຳຂ້າງເທິງນັ້ນກໍ່ເປັນພຽງແນວທາງໄປປະຕິບັດ ແລະ ຂື້ນກັບຕົວທ່ານເອງທີ່ຈະຍອມປ່ຽນໂຕເອງ ຫຼື ບໍ່

ໃຫ້ທ່ານລອງໄປຄິດ ພິຈາລະນາເບີ່ງວ່າມັນດີ ຫຼື ບໍ່ ຫຼື ຂັດແຍ່ງກັບຄວາມຄິດທ່ານບ່ອນໃດ ແລ້ວ ທ່ານກໍ່ປັບແຕ່ງໃຫ້ເຂົ້າກັບ ຊີວິດຂອງທ່ານ ເພາະທ່ານເປັນຄົນຕັດສິນໃຈເອງຢູ່ແລ້ວ
ຢ່າຟ້າວທໍ້ເດີ້ ຊີວິດນີ້ ມັນຫຍັງຫຼາຍຢ່າງໃຫ້ຮຽນຮູ້ ແລະ ມີອຸປະສັກໄວ້ທົດສອບໃຈຂອງເຈົ້າ ວ່າຈະທົນໄດ້ສ່ຳໃດ

ຫຼັກສູດ ສອນເຮັດເຝີ

ມີສອງອ້າຍນ້ອງທີ່ຮັກແພງກັນ ແຕ່ບໍ່ແມ່ນອ້າຍນ້ອງແທ້ໆ  ໄດ້ຮຽນວິທີເຮັດເຝີ ໃນສຳນັກດຽວກັນ 

ຫຼັງຈາກທີ່ຈົບຫຼັກສູດແລ້ວ
ຜູ້ເປັນນ້ອງນັ້ນເຮັດເຝີເປັນ ແລະ ມີຄົນຮູ້ຈັກເລື່ອງເຮັດເຝີຫຼາຍສົມຄວນ

ແລະ   ຜູ້ເປັນນ້ອງໄດ້ຊວນອ້າຍວ່າ ຊິເຮັດຫຼັກສູດສອນວິທີເຮັດເຝີນຳກັນ ເອົາສະຖານທີ່ ທີ່ອ້າຍເຊົ່າຢູ່ເປັນທີ່ຕັ້ງ  ເພາະວ່າແນວໃດອ້າຍກໍ່ໄດ້ເຊົ່າຢູ່ແລ້ວ ສ່ວນລາຍໄດ້ແມ່ນແບ່ງກັນຄົນເຄີ່ງ

ຫຼັງຈາກນັ້ນຜູ້ເປັນນ້ອງກໍ່ໄດ້ຄົ້ນຄິດຫຼັກສູດ  ວິທີເຮັດເຝີ ເພື່ອດືງດູດຜູ້ທີ່ຈະມາຮຽນເຮັດເຝີ
ແລະ ໄດ້ອອກໄປຢາຍໃບປິວນຳກັນ ເພື່ອຊອກນັກຮຽນ ຈົນມີນັກຮຽນມາຮຽນ  ແລະ ມີລາຍຮັບເກີດຂື້ນ

ສ່ວນການສອນເຮັດເຝີນັ້ນ ຜູ້ເປັນນ້ອງເປັນຜູ້ສອນທັງໝົດ ຫຼັກສູດກໍ່ຄິດເອງທັງໝົດ ເວລານັກຮຽນກັບບ້ານ ແລະ ຕິດບັນຫາ ຜູ້ເປັນນ້ອງກໍ່ໄດ້ຕອບໃຫ້ທັງໝົດ   ເວົ້າງ່າຍໆກໍ່ຄື Support ນັກຮຽນທຸກຢ່າງກ່ຽວກັບບັນຫາ ເພື່ອໃຫ້ເກີດຄວາມຮູ້ສືກດີ ແລະ ຫວ່າງ ອາຈານ ກັບ ນັກຮຽນ


ສ່ວນຜູ້ເປັນອ້າຍນັ້ນ ເກັບເງີນລົງທະບຽນຢ່າງດຽວ ເພາະລາວເປັນເຈົ້າຂອງສະຖານທີ່  ຈາກທີ່ຕົກລົງກັນວ່າ ປັນກັນຄົນເຄີ່ງນັ້ນ  ຫຼັງຈາກຈົບຫຼັກສູດສອນເຮັດເຝີ ຜູ້ເປັນອ້າຍກໍ່ອ້າງວ່າຕ້ອງໄດ້ຈ່າຍຄ່າໄຟ ຕ່າງ   ແລະ ໃຫ້ນ້ອງອອກຄ່າໄຟຊ່ວຍ  ຜູ້ເປັນນ້ອງກໍ່ເຫັນໃຈ ເລີຍອອກຊ່ວຍ   ຈາກທີ່ຕົກລົງກັນຄົນເຄີ່ງນັ້ນເລີຍບໍ່ໄດ້ຮອດເຄີ່ງຊ້ຳ

ຫຼັງຈາກນັ້ນໄປຫຼາຍເດືອນ ນັກຮຽນກໍ່ເລີ່ມຫຼາຍຂື້ນ ມີລາຍຮັບຫຼາຍຂື້ນ ແລະ ອະນາຄົດເລີ່ມສົດໃສ 
ຜູ້ເປັນອ້າຍກໍ່ຢາກຕົກລົງກັນໃໝ່ ເລືອງການແບ່ງປັນຄ່າຕອບແທນ  ໂດຍ ອ້າຍຈະເອົາ 60% ແລະ ໃຫ້ນ້ອງ 40%   ແລະ ອ້າຍຈະອອກຄ່າໄຟ ແລະ ຊອກນັກຮຽນມາໃຫ້   ຜູ້ເປັນນ້ອງກໍ່ຕັດສິນໃຈຍາກ  ເພາະຮູ້ວ່າມັນບໍ່ຄຸ້ມແນ່ນອນ ແຕ່ກໍ່ຕົກລົງ ຍ້ອນຄວາມຈຳເປັນ ເພາະ ຮັບນັກຮຽນມາແລ້ວ 


ຫຼັງຈາກທີ່ເປີດສອນແລ້ວ ຜູ້ເປັນນ້ອງໄດ້ໄປເປີດບ່ອນສອນເຮັດເຝີເປັນຂອງຕົນເອງ ເພາະລາວຮູ້ສືກວ່າ ມັນບໍ່ຄຸ້ມຄ່າກັບການທີ່ລາວເປັນຄົນສອນໝົດທຸກຢ່າງ ມັນບໍ່ຄຸ້ມກັບການທີ່ລາວອອກແຮງທຸ່ມເທເລີຍ  ແລະ ອີກຢ່າງຫຼັກສູດກໍ່ລາວເປັນຄົນຄິດຄົ້ນ ແລະ ສອນເອງ ໜ້າຈະບໍ່ມີບັນຫາຫຍັງຖ້າຈະມາເປີດເປັນຂອງຕົນເອງ

ແຕ່ວ່າມັນສ້າງຄວາມບໍ່ພໍໃຈໃຫ້ຜູ້ເປັນອ້າຍແນ່ນອນ ເພາະວ່າຈະບໍ່ມີຄົນຫາເງິນມາໃຫ້ ແລະ ຂາດລາຍຮັບໃນຫຼັກສູດນີ້ແລ້ວ
ລາວໄດ້ເຮັດທຸກວິທີທາງທີ່ຈະເອົາຫຼັກສູດທີ່ນ້ອງຄິດໄປເປັນຂອງຕົນເອງ  ໃຊ້ເລ່ຫຼ່ຽມຕ່າງເພື່ອຢາກໄດ້ຫຼັກສູດນັ້ນ  ແຕ່ຜູ້ເປັນນ້ອງກໍ່ຫາວິທີໃນການປົກປ້ອງຊັບສິນທາງປັນຍາຂອງລາວສຸດຊີວິດ

ຫຼັງຈາກນັ້ນທັງສອງອ້າຍນ້ອງກໍ່ກາຍເປັນຄູ່ແຂ່ງກັນ  ແລະບໍ່ໄດ້ຕິດຕໍ່ກັນອີກເລີຍ


ນິທານເລື່ອງນີ້ສອນໃຫ້ຮູ້ວ່າ

-
ຢ່າຮ່ວມການລົງທືນກັບຄົນທີ່ມັກເອົາປຽບເຮົາ ເຖິງຈະແມ່ນ ໝູ່ຄູ່ ຫຼື ຍາດຕິພີ່ນ້ອງກໍ່ຕາມ
-
ຖ້າທ່ານຈະເປີດສອນຫຼັກສູດໃດກໍ່ຕາມ ທ່ານຄວນເປັນຄົນຄິດມັນຂື້ນມາເອງ ແລະ ຮູ້ມັນຢ່າງລະອຽດ ໂດຍບໍ່ຫວັງຈະເອົາຫຼັກສູດຄົນອື່ນມາເປັນຂອງຕົນ
-
ຢ່າໂລບມາກຈົນເກີນໄປ ຈົນລືມວ່າໃຜເປັນຄົນເຮັດໃຫ້ຫຼັກສູດນັ້ນມັນເດີນຕໍ່ໄປໄດ້
-
ອັນໃດທີ່ທ່ານຄິດວ່າມັນບໍ່ຄຸ້ມຄ່າຕໍ່ຕົວທ່ານ ທ່ານກໍ່ຈົ່ງຢ່າໄປອົດທົນກັບມັນ ອອກມາເຮັດເປັນຂອງຕົນເອງຈະດີກວ່າ

ການເລືອກພາສາທີ່ໃຊ້ຂຽນໂປຣແກມ ຫຼື ເວັບໄຊ

ສຳລັບຄົນທີ່ຍັງຮຽນໃໝ່ແລ້ວອາດຈະຍັງເລືອກບໍ່ຖືກກັບພາສາທີ່ຈະໃຊ້ຂຽນໂປຣແກຣມ ມື້ນີ້ຂ້ອຍຈະມາແນະນຳເລັກໜ້ອຍ ສຳລັບທ່ານໃດທີ່ຍັງເລືອກບໍ່ໄດ້ເທື່ອ ວ່າຈະຂຽນພາສາໃດຈັ່ງຊິເໝາະກັບຕົນເອງ

ເຊີ່ງປັດຈຸບັນນີ້ກະມີຫຼາຍພາສາຍອດນິຍົມທີ່ເຮັດໃຫ້ເຮົາຕັດສິນໃຈຍາກ ເຊັ່ນ:  java ,c#,php,vb.net,python,c++,c,swift ແລະ ອື່ນໆ ອີກຫຼາກຫຼາຍ. ຖ້າເຮົາຊອກໃນ google ວ່າ Top 10 programming languages ກໍ່ຈະເຫັນການຈັດອັນດັບທີ່ປ່ຽນໄປທຸກປີ ຫຼື ບາງເວັບກະຈັດອັນດັບບໍ່ຄືກັນ

ກ່ອນອື່ນຕ້ອງໃຫ້ຮູ້ຈຸດປະສົງກ່ອນວ່າເຮົາຈະຂຽນເວັບ ຫຼື ໂປຣແກຣມ ຫຼື ຂຽນແອບ ຖ້າເຮົາຮູ້ຈຸດປະສົງແລ້ວ ພາສາທີ່ເປັນຕົວເລືອກກໍ່ຈະໜ້ອຍລົງມາເລື່ອຍໆ  ສົມມຸດວ່າ  ມັກຂຽນເວັບຊະ (ທ່ານຕ້ອງຂຽນ HTML,CSS,JAVA SCRIPT ໃຫ້ເປັນກ່ອນ) ພາສາທີ່ເປັນໂຕເລືອກໃຫຍ່ໆກໍ່ຈະມີ php,asp,jsp  ອັນນີ້ຍົກຕົວຢ່າງ 3 ພາສາໃຫຍ່ໆເນາະ,
ບາດນີ້ໃຫ້ລອງຂຽນໃນ 3 ພາສານີ້ວ່າພາສາໃດທີ່ຕົນເອງຂຽນແລ້ວຮູ້ສືກວ່າມັນງ່າຍ ມັນສະດວກ  ແລະ ມີເອກສານສອນຫຼາຍ ຊອກວິທີແກ້ບັນຫາໄດ້ງ່າຍເພາະມີຄົນໃຊ້ຫຼາຍ ກໍ່ຄວນເລືອກພາສານັ້ນກ່ອນ ແລ້ວພາສາອື່ນກໍ່ຮຽນເສີມໄປກະໄດ້.

ຢ່າໄປເຊື່ອຄຳເວົ້າຄົນອື່ນຫຼາຍວ່າ ພາສານັ້ນດີ ພາສານີ້ບໍ່ດີ ລອງມັນກ່ອນ ຈັ່ງຊິຮູ້ ບາງຄົນນີ້ຍັງບໍ່ໄດ້ລອງກະເວົ້າວ່າມັນບໍ່ດີແລ້ວ ເຫັນເຂົາວ່າມັນບໍ່ດີລະວ່ານຳ. ເຫັນເຂົາເຮີ່ພາສານີ້ກະເຮີ່ໄປນຳ ບືດດຽວກະເຮີ່ໄປອັນໃໝ່ອີກ ຖ້າເປັນແນວນີ້ສຸດທ້າຍບໍ່ເກັ່ງຈັກອັນ ໃຫ້ຂຽນໄດ້ພາສາໜືງກ່ອນ ແລ້ວຄ່ອຍຢາກຮຽນຫຍັງກະຮຽນ.

ຖ້າມັກຂຽນໂປຣແກຣມ ກະມີຕົວເລືອກໃຫຍ່ໆ 3 ພາສາຄືເກົ່າ JAVA,C#,VB.NET . 3 ພາສານີ້ກໍ່ລອງເບີ່ງກ່ອນ ສືກສາມັນກ່ອນ ໃຫ້ຮູ້ຂໍ້ດີຂໍ້ເສຍ ໃຫ້ຮູ່ວ່າອັນໃດທີ່ເຮົາຂຽນແລ້ວມັນງ່າຍ ແລະ ສະດວກ ໃຊ້ເວລາໜ້ອຍ ກໍ່ເລືອກພາສານັ້ນຂຽນກ່ອນ ຂຽນເປັນແລ້ວໄປພາສາໃໝ່ກໍ່ບໍ່ຍາກເລີຍ

ຂຽນພາສາທີ່ມັນຍາກກໍ່ບໍ່ໄດ້ໝາຍຄວາມວ່າ ເກັ່ງກວ່າຄົນອື່ນ ສຳຄັນແມ່ນໂປຣແກຣມ ທີ່ອອກມາມັນໃຊ້ໄດ້ແທ້ ຫຼື ບໍ່ ໃຊ້ເວລາຂຽນດົນປານໃດ ແລະ ເຮົາຂຽນຫຍັງອອກມາໄດ້ແລ້ວ. ຖ້າຂຽນໂປຣແກຣມໃຫ້ລູກຄ້າແລ້ວສຳຄັນແມ່ນເວລາ ແລະ ໃຊ້ງານງ່າຍ ສ່ວນ ຂຽນເວັບກໍ່ເນັ້ນໄປເລື່ອງຄວາມສວຍງາມ ແລະ ໂຫຼດໜ້າເວັບໄດ້ໄວ.

ສຳລັບທ່ານໃດທີ່ຍັງເລືອກບໍ່ຖືກກໍ່ໄປລອງຂຽນເບີ່ງເດີ້ ແລ້ວ ຫາກຊິຮູ້ວ່າ ແຕ່ລະພາສາມີຈຸດດີ ແລະ ຈຸດອ່ອນແນວໃດ. ຂອບໃຈເດີ້ ທີ່ອ່ານຈົນຈົບ

ຄວາມຄິດຕອນຮຽນ ກັບ ຕອນຮັບວຽກຕົວຈິງ ມັນຕ່າງກັນຫຼາຍໆ

ຄວາມຄິດຕອນຮຽນນັ້ນ ເປັນຄວາມຄິດທີ່ຍັງບໍ່ເຫັນພາບເລີຍວ່າ ຮຽນຈົບແລ້ວຈະໄປເຮັດຫຍັງ
ຕອນຮຽນມັນເປັນຊ່ວງເວລາທີ່ມີຄວາມສຸກ ບໍ່ກົດດັນຫຍັງເລີຍ ເມື່ອຍກະພັກຜ່ອນ ຫຼີ້ນເກມ ກິນເບຍ ຕາມປົກກະຕິຂອງໄວລຸ້ນ ບາງມື້ກະຮຽນຂຽນໂປຣແກຣມ ບາງມື້ກໍ່ບໍ່ໄດ້ຮຽນ ຍ້ອນຕອນນັ້ນຈັບທາງບໍ່ຖືກ ວ່າຊິຮຽນຫຍັງໃຫ້ເກັ່ງແທ້ ເພາະອັນໃດກໍ່ປູໆປາໆ ຍ້ອນມັນບໍ່ມີແຮງຈູງໃຈ  
     
ຈົນສຸດທ້າຍ ຕັດສິນໃຈອອກຈາກ ການຮຽນປະຫວັດສາດເຊີ່ງຮຽນມາໄດ້ 3 ປີແລ້ວກຳລັງຈະຂື້ນປີ 4 ຕອນນັ້ນຂ້ອຍຮຽນ 2 ສາຍ ຮຽນປະຫວັດສາດກ່ອນ 1 ປີ(ໄດ້ທືນມາຮຽນ) ແລ້ວຈື່ງຮຽນ ໄອທີ
     
ການຕັດສິນໃຈຄັ້ງນັ້ນຫຼາຍຄົນກໍ່ເວົ້າຕ່າງໆ ນາໆ ວ່າເປັນຫຍັງຄືບໍ່ຮຽນໃຫ້ຈົບ ເສຍດາຍແທນ
ສຳລັບຂ້ອຍແລ້ວມັນບໍ່ມັນຄວາມໝາຍເລີຍ ກັບການຮຽນສີ່ງທີ່ຕົນບໍ່ມັກ ຮຽນໄປມັນກໍ່ບໍ່ພັດທະນາຂື້ນ ຍ້ອນເຮົາບໍ່ມີໃຈໃຫ້ມັນເລີຍ 
    
ຕອນນັ້ນໄດ້ແຕ່ຄິດວ່າຂໍຮຽນໃຫ້ເກັ່ງຈັກໜື່ງສາຍຊະ ເອົາສີ່ງທີ່ເຮົາມັກນິລະ
ມັນເປັນຈຸດປ່ຽນຄັ້ງຍີ່ງໃຫຍ່ກັບຊີວິດຫຼາຍ ເພາະມັນຕ້ອງໄດ້ຮຽນໃຫ້ຈົບ ຍ້ອນຍັງເຫຼືອແຕ່ສາຍຮຽນດຽວ ອອກກໍ່ບໍ່ໄດ້ແລ້ວ ຈາກນັ້ນກໍ່ເລີ່ມເອົາໃຈໃສ່ ຮຽນຂຽນໂປຣແກຣມຈົນລືມກິນເຂົ້າ ຈົນບໍ່ຢາກນອນພຸ້ນລະ ນອນກໍ່ນອນເດີກກ່ອນໝູ່ ແຕ່ວ່າຕື່ນສວຍ ຍ້ອນມີຮຽນຕອນແລງ ຂ້ອຍກໍ່ເປັນແບບນັ້ນເປັນເວລາຫຼາຍປີ ຈົນສາມາດຂຽນໂປຣແກມໄດ້ ກໍ່ບໍ່ເຖິງຂັ້ນເກັ່ງດອກ ພໍຂຽນລະບົບນ້ອຍໆໄດ້ ພໍມີຄວາມຮູ້ຕິດໂຕ

ຈາກນັ້ນກໍ່ຮຽນຈົບ ມາເຮັດວຽກຊີວິດຕອນເຮັດວຽກນັ້ນມັນ ບໍ່ມີຫຍັງງ່າຍເລີຍ ເຮັດແຕ່ສີ່ງທີ່ເຮົາບໍ່ເຄີຍຮຽນມາກ່ອນ ບໍ່ເຄີຍຮູ້ເລີຍ ຄວາມກົດດັນກໍ່ຫຼາຍ ບໍ່ມີເວລາຮຽນຫຼາຍຄືແຕ່ກ່ອນ

  
ມາເວົ້າເຖິງການຮັບວຽກຂຽນໂປຣແກຣມ ອັນນີ້ມີລູກຄ້າມາຈ້າງຂຽນ ຄວາມກົດດັນຍີ່ງຫຼາຍຂື້ນກວ່າເກົ່າຍ້ອນເຮົາໄດ້ຮັບປາກເຂົາເຈົ້າແລ້ວຕ້ອງເຮັດໃຫ້ໄດ້ ເວລາກໍ່ຈຳກັດ ຄວາມອົດທົນກໍ່ຕ້ອງສູງ

ຈາກນັ້ນກໍ່ໄດ້ຮູ້ວ່າຕອນຮຽນກັບຕອນຮັບວຽກໂຕຈິງມັນເອົາປະສົບການຈາການຮຽນມາໃຊ້ບໍ່ໄດ້ເລີຍ ທຸກຢ່າງຮຽນຮູ້ໃໝ່ໝົດ

ສະນັ້ນ ຢາກໃຫ້ທຸກທ່ານລອງວຽກໂຕຈິງເລີຍ ຈັ່ງຊິເກັ່ງຂື້ນ ຝືກຄວາມອົດທົນ ແລະ ໂຈດຍາກຍີ່ງສ້າງສີມືເຮົາ
 
ຢ່າລັງເລ ທີ່ຈະເດີນຕາມຝັນຂອງໂຕເອງ

ຄວາມຄິດຕອນຮຽນ ກັບ ຕອນຮັບວຽກຕົວຈິງ ມັນຕ່າງກັນຫຼາຍໆ

ຄວາມຄິດຕອນຮຽນນັ້ນ ເປັນຄວາມຄິດທີ່ຍັງບໍ່ເຫັນພາບເລີຍວ່າ ຮຽນຈົບແລ້ວຈະໄປເຮັດຫຍັງ
ຕອນຮຽນມັນເປັນຊ່ວງເວລາທີ່ມີຄວາມສຸກ ບໍ່ກົດດັນຫຍັງເລີຍ ເມື່ອຍກະພັກຜ່ອນ ຫຼີ້ນເກມ ກິນເບຍ ຕາມປົກກະຕິຂອງໄວລຸ້ນ ບາງມື້ກະຮຽນຂຽນໂປຣແກຣມ ບາງມື້ກໍ່ບໍ່ໄດ້ຮຽນ ຍ້ອນຕອນນັ້ນຈັບທາງບໍ່ຖືກ ວ່າຊິຮຽນຫຍັງໃຫ້ເກັ່ງແທ້ ເພາະອັນໃດກໍ່ປູໆປາໆ ຍ້ອນມັນບໍ່ມີແຮງຈູງໃຈ  
     
ຈົນສຸດທ້າຍ ຕັດສິນໃຈອອກຈາກ ການຮຽນປະຫວັດສາດເຊີ່ງຮຽນມາໄດ້ 3 ປີແລ້ວກຳລັງຈະຂື້ນປີ 4 ຕອນນັ້ນຂ້ອຍຮຽນ 2 ສາຍ ຮຽນປະຫວັດສາດກ່ອນ 1 ປີ(ໄດ້ທືນມາຮຽນ) ແລ້ວຈື່ງຮຽນ ໄອທີ
     
ການຕັດສິນໃຈຄັ້ງນັ້ນຫຼາຍຄົນກໍ່ເວົ້າຕ່າງໆ ນາໆ ວ່າເປັນຫຍັງຄືບໍ່ຮຽນໃຫ້ຈົບ ເສຍດາຍແທນ
ສຳລັບຂ້ອຍແລ້ວມັນບໍ່ມັນຄວາມໝາຍເລີຍ ກັບການຮຽນສີ່ງທີ່ຕົນບໍ່ມັກ ຮຽນໄປມັນກໍ່ບໍ່ພັດທະນາຂື້ນ ຍ້ອນເຮົາບໍ່ມີໃຈໃຫ້ມັນເລີຍ 
    
ຕອນນັ້ນໄດ້ແຕ່ຄິດວ່າຂໍຮຽນໃຫ້ເກັ່ງຈັກໜື່ງສາຍຊະ ເອົາສີ່ງທີ່ເຮົາມັກນິລະ
ມັນເປັນຈຸດປ່ຽນຄັ້ງຍີ່ງໃຫຍ່ກັບຊີວິດຫຼາຍ ເພາະມັນຕ້ອງໄດ້ຮຽນໃຫ້ຈົບ ຍ້ອນຍັງເຫຼືອແຕ່ສາຍຮຽນດຽວ ອອກກໍ່ບໍ່ໄດ້ແລ້ວ ຈາກນັ້ນກໍ່ເລີ່ມເອົາໃຈໃສ່ ຮຽນຂຽນໂປຣແກຣມຈົນລືມກິນເຂົ້າ ຈົນບໍ່ຢາກນອນພຸ້ນລະ ນອນກໍ່ນອນເດີກກ່ອນໝູ່ ແຕ່ວ່າຕື່ນສວຍ ຍ້ອນມີຮຽນຕອນແລງ ຂ້ອຍກໍ່ເປັນແບບນັ້ນເປັນເວລາຫຼາຍປີ ຈົນສາມາດຂຽນໂປຣແກມໄດ້ ກໍ່ບໍ່ເຖິງຂັ້ນເກັ່ງດອກ ພໍຂຽນລະບົບນ້ອຍໆໄດ້ ພໍມີຄວາມຮູ້ຕິດໂຕ

ຈາກນັ້ນກໍ່ຮຽນຈົບ ມາເຮັດວຽກຊີວິດຕອນເຮັດວຽກນັ້ນມັນ ບໍ່ມີຫຍັງງ່າຍເລີຍ ເຮັດແຕ່ສີ່ງທີ່ເຮົາບໍ່ເຄີຍຮຽນມາກ່ອນ ບໍ່ເຄີຍຮູ້ເລີຍ ຄວາມກົດດັນກໍ່ຫຼາຍ ບໍ່ມີເວລາຮຽນຫຼາຍຄືແຕ່ກ່ອນ

  
ມາເວົ້າເຖິງການຮັບວຽກຂຽນໂປຣແກຣມ ອັນນີ້ມີລູກຄ້າມາຈ້າງຂຽນ ຄວາມກົດດັນຍີ່ງຫຼາຍຂື້ນກວ່າເກົ່າຍ້ອນເຮົາໄດ້ຮັບປາກເຂົາເຈົ້າແລ້ວຕ້ອງເຮັດໃຫ້ໄດ້ ເວລາກໍ່ຈຳກັດ ຄວາມອົດທົນກໍ່ຕ້ອງສູງ

ຈາກນັ້ນກໍ່ໄດ້ຮູ້ວ່າຕອນຮຽນກັບຕອນຮັບວຽກໂຕຈິງມັນເອົາປະສົບການຈາການຮຽນມາໃຊ້ບໍ່ໄດ້ເລີຍ ທຸກຢ່າງຮຽນຮູ້ໃໝ່ໝົດ

ສະນັ້ນ ຢາກໃຫ້ທຸກທ່ານລອງວຽກໂຕຈິງເລີຍ ຈັ່ງຊິເກັ່ງຂື້ນ ຝືກຄວາມອົດທົນ ແລະ ໂຈດຍາກຍີ່ງສ້າງສີມືເຮົາ
 
ຢ່າລັງເລ ທີ່ຈະເດີນຕາມຝັນຂອງໂຕເອງ


 
ຄວາມຕັ້ງໃຈ ເຮັດໄດ້ທຸກສີ່ງ
ເວັບ www.laosmartsoft.com ແມ່ນເວັບທີ່ເກີດຈາກຄວາມຕັ້ງໃຈຂອງຂ້ອຍເອງ ທີ່ຢາກທີເວັບໄຊເປັນຂອງຕົນເອງ ແລະ ເວັບໄຊນັ້ນກໍ່ເປັນເວັບທີ່ຂາຍໂປຣແກຣມຂອງຕົນເອງອີກ ເຊີ່ງກໍ່ເຮັດໃຫ້ພູມໃຈຢູ່ ເຖີງວ່າໃນພາຍໜ້າຈະເປັນແນວໃດກໍ່ບໍ່ ຮູ້ແຕ່ກໍ່ຂໍຕັ້ງໃຈເຮັດໃນສີ່ງທີ່ມັກກ່ອນ ແລະ ເຊື່ອວ່າທຸກຄົນຕ້ອງມີຄວາມຝັນທີ່ຢາກສ້າງບາງຢ່າງຂື້ນມາ ແລ້ວຢ່າຢຸດງ່າຍໆ